ສະພາຄວາມໝັ້ນຄົງ ສປຊ ຮັບຮອງມະຕິສະບັບທີ 2672 ເພື່ອມະນຸດສະທຳຢູ່ຊີຣີ
ສຳນັກຂ່າວຊິຮວາໃຫ້ຮູ້ວ່າ: ວັນທີ 9 ມັງກອນນີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຮັບຮອງມະຕິສະບັບທີ 2672 ຢ່າງເປັນເອກະພາບ, ເຊິ່ງໄດ້
ຕໍ່ອາຍຸການອະນຸມັດການຊ່ວຍເຫຼືອດ້ານມະນຸດສະທຳຂ້າມຊາຍແດນຢູ່ຊີຣີອີກ 6 ເດືອນ, ໂດຍກຳນົດຮອດວັນທີ 10 ກໍລະກົດ 2023. ຂ່າວໃຫ້ຮູ້ວ່າ: ມະ
ຕິຂອງສະ ພາຄວາມໝັ້ນຄົງສະບັບທີ 2672 ແມ່ນການຕິດຕາມກວດກາມະຕິສະບັບທີ 2642 ທີ່ຜ່ານມາໃນເດືອນກໍລະກົດປີກາຍນີ້. ມະຕິສະບັບເລກທີ
2642 ໄດ້ຂະຫຍາຍເວລາການອະນຸຍາດຂອງຈຸດຂ້າມຜ່ານແດນບາຄາວາອອກເປັນ 6 ເດືອນ ຮອດວັນທີ 10 ມັງກອນ 2023. ຕາມຂໍ້ກຳນົດຂອງ
ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ການອະນຸຍາດດັ່ງກ່າວສາມາດ ຕໍ່ອາຍຸໄດ້ອີກເທື່ອລະ 6 ເດືອນ, ແຕ່ສະພາຄວາມໝັ້ນຄົງຕ້ອງຜ່ານມະຕິອີກ
ເທື່ອໜຶ່ງ. ພາຍຫຼັງການຮັບຮອງເອົາມະຕິ 2672 ຂອງສະພາຄວາມໝັ້ນຄົງ, ສະ ພາຄວາມໝັ້ນຄົງຫວັງວ່າ, ອະ ທິປະໄຕຂອງຊີຣີ ແລະ ການນຳ ພາຂອງ
ລັດຖະບານຊີຣີ ຕ້ອງໄດ້ຮັບການເຄົາລົບຢ່າງຄົບຖ້ວນ, ພາກສ່ວນທີ່ກ່ຽວຂ້ອງຈະປະຕິບັດການກວດລ້າງຂ້າມຊາຍແດນພາຍໃຕ້ສະພາບການພິເສດ, ໂດຍ
ຈຸດປະສົງຂອງການຊ່ວຍເຫຼືອດ້ານມະນຸດສະທຳຄັ້ງ ນີ້ແມ່ນເພື່ອປະຊາຊົນຊີຣີ. “
ແຫຼ່ງທີ່ມາ: ໜັງສືພິມກອງທັບ